ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ​ສົ່ງ​ຍານ​ອະ​ວະ​ກາດ​ສຳ​ຫຼວດ​ດວງ​ຈັນ


     ສຳນັກ​ຂ່າວ​ຊິນຮວາລາຍ​ງານ : ​ວັນ​ທີ 7 ກັນຍາ 2023, ອົງ ການ​ສຳ​ຫຼວດ​ອະ​ວະ​ກາດ​ຂອງ​ຍີ່ປຸ່ນ (JAXA) ໄດ້​ສົ່ງ​ຍານ​ສຳ​ຫຼວດ H-IIA ຂອງ​ຕົນ,
ທີ່​ບັນຈຸ​ຍານ​ສຳ​ຫຼວດ​ດວງ​ຈັນ SLIM (Smart Lander for Investigation Moon), ທີ່​ມີ​ຊື່ວ່າ "ມູນສະໄນ​ເປີ" (Moon Sniper) ຂຶ້ນ​ສູ່​ອາ
​ວະ​ກາດ​ຈາກ​ສູນ​ອະ​ວະກາດ​ທາ​ເນ​ກະ​ຊິ​ມະ(Tanega shima), ຢູ່​ເມືອງ (Minamitane) ໃນ​ຕອນ​ເຊົ້າ​ຕາມ​ເວລາ​ທ້ອງຖິ່ນ​.

     ເປົ້າ​ໝາຍ​ຂອງ​ຍານ​ສຳ​ຫຼວດ​ດວງ​ຈັນ SLIM ແມ່ນ​ເພື່ອ​ລົງ​ຈອດ​ພາຍ​ໃນ 100 ແມັດ​ຂອງ​ຈຸດ​ເປົ້າ​ໝາຍ​ເທິງຜິວ​ດວງ​ຈັນ, ເຊິ່ງ​ຖື​ວ່າ​ເປັນ​ໄລຍະ​ທາງ​
ທີ່​ໃກ້​ທີ່​ສຸດ ຈາກ​ເດີມ​ທີ່​ຈະ​ມີ​ໄລຍະ​ທາງ​ຫຼາຍ​ກິໂລແມັດ, ທັງ​ນີ້ຄາດ​ການວ່າ: ຍານ"ມູນ ສະໄນ​ເປີ" ຈະເຂົ້າໄປໃນວົງໂຄຈອນ​ຂອງດວງຈັນ ແລະ ລົງ
​ຈອດ​ເທິງ​​ດວງ​ຈັນ​ໃນ​ ເດືອນ ກຸມພາ ​ປີໜ້າ. ​ຖ້າ​ພາລະກິດ​ປະສົບ​ຜົນສຳເລັດ, ຈະ​ເຮັດ​ໃຫ້​ຍີ່ປຸ່ນ​ກາຍເປັນ​ປະເທດ​ທີ 5 ທີ່​ຈະ​ລົງ​ຈອດ​ຍານ​ອະວະກາດ
​ເທິງ​ດວງ​ຈັນ, ຕໍ່ຈາກ​ ສະຫະລັດອາເມຣິກາ, ຣັດ​ເຊຍ, ຈີນ ແລະ ອິນ​ເດຍ, ທີ່ໄດ້​ລົງ​ຈອດ​ຍານ​ສຳ​ຫຼວດ​ດວງ​ຈັນ​ໃນ​ເດືອນ​ແລ້ວນີ້.

     ນອກ​ນີ້, ຍານ​ສຳ​ຫຼວດ​ອາ​ວະ​ກາດ H-IIA ຍັງ​ໄດ້​ບັນຈຸ​ດາວ​ທຽມ XRISM (X-Ray Imaging and Spectroscopy) ເພື່ອ​ສັງເກດ​ເບິ່ງລົມ
ທີ່​ໄຫຼຢູ່ໃນຈັກກະວານ, ເຊິ່ງ​ນັກວິທະຍາສາດ ຖື​ວ່າ​ເປັນ​ກຸນແຈ​ທີ່​ຊ່ວຍ​ໃຫ້​ເຂົ້າໃຈ​ວິວັດທະນາ​ການ​ຂອງ​ດາວ ແລະ ກາ​ແລັກ​ຊີ. ດາວ​ທຽມ XRISM
ແມ່ນ​ໂຄງການ​ຮ່ວມ​ມື​ລະຫວ່າງ ອົງການ​ສຳ​ຫຼວດ​ອາ​ວະ​ກາດ​ຍີ່ປຸ່ນ (JAXA), ອົງການ NASA (NASA) ແລະ ອົງການ​ອະວະກາດ​ເອີ​ຣົບ (European
Space Agency).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023